ປະກັນໄພອຸ່ນໃຈ (ປະກັນໄພຜູ້ກູ້ຢືມ)

ເປັນປະກັນໄພສ່ວນບຸກຄົນທີ່ໃຫ້ຄຸ້ມຄອງຊີວິດລູກໜີ້ເງິນກູ້ ຈາກອຸປະຕິເຫດ, ສຸຂະພາບ, ການຖືກຄາດຕະກຳທຳຮ້າຍຮ່າງກາຍ ຫຼື ພິການຖາວອນ ເຮັດໃຫ້ຜູ້ກູ້ເງິນບໍ່ສາມາດຊຳລະໜີ້ໄດ້ ລວມທັງການຊົດເຊີຍການຖືກເລີກຈ້າງ ໂດຍ VTI ຈະຊຳລະໜີ້ແທນລູກໜີ້ຕາມເງື່ອນໄຂໃນສັນຍາ
ແຜນຄຸ້ມຄອງປະກັນໄພອຸ່ນໃຈ
| ແຜນຄຸ້ມຄອງ | ຜົນປະໂຫຍດ |
| – ວົງເງິນກູ້ລັດຖະກອນ ຫຼື ເງິນກູ້ພະນັກງານ ຫຼື ເງິນກູ້ບຸກຄົນອື່ນໆ | ວົງເງິນຄຸ້ມຄອງສູງສຸດບໍ່ເກີນ 100,000,000 ກີບ |
| – ເສຍຊີວິດຈາກອຸປະຕິເຫດ, ຖືກຄາດຕະກຳ ຫຼື ຖືກທຳຮ້າຍຮ່າງກາຍ | ຈ່າຍ 100% ຂອງໜີ້ທີ່ເຫຼືອ |
| – ເສຍຊີວິດຈາກສຸຂະພາບ (ຍົກເວັ້ນ: ເຈັບມາກ່ອນຊື້ປະກັນໄພ) | ຈ່າຍ 100% ຂອງໜີ້ທີ່ເຫຼືອ |
| – ພິການຖາວອນ ເຮັດໃຫ້ບໍ່ສາມາດເຮັດວຽກຕາມປົກກະຕິໄດ້ | ຈ່າຍ 100% ຂອງໜີ້ທີ່ເຫຼືອ |
| – ຊົດເຊີຍການຖືກເລີກຈ້າງ (ຍົກເວັ້ນການປະຕິບັດວິໄນ) | ຈ່າຍຊຳລະໜີ້ແທນສູງສຸດ 6 ເດືອນ ແຕ່ບໍ່ເກີນ 30% ຂອງໜີ້ທີ່ເຫຼືອ |
| – ຄ່າປິ່ນປົວຈາກອຸປະຕິເຫດ (ບໍ່ຈຳກັດຈຳນວນຄັ້ງຕໍ່ປີ) | ສູງສຸດ 500,000 ກີບ/ຄັ້ງ |
| – ເງິນຊ່ວຍເຫຼືອການເສຍຊີວິດ (ເສຍຊີວິດຈາກອຸປະຕິເຫດຄຸ້ມຄອງທັນທີ ກໍລະນີ:ເສຍຊີວິດຈາກສຸຂະພາບ ພາຍຫຼັງສັນຍານີ້ມີຜົນບັງຄັບໃຊ້ເກີນ 90 ວັນຂຶ້ນໄປ) | 500,000 ກີບ |
