ປະກັນອັກຄີໄພ
ໄຟໄໝ້ບ້ານ ເປັນເຫດການທີ່ບໍ່ມີໃຜຢາກໃຫ້ເກີດ ເພາະຖ້າເກີດຂຶ້ນແລ້ວຄວາມສູນເສຍອາດໜັກໜ່ວງກວ່າທີ່ທ່ານຄິດ ເຊິ່ງຫຼາຍໆຄົນເລືອກເຮັດປະກັນອັກຄີໄພໄວ້ ເພາະຖ້າເກີດເຫດຂຶ້ນມາ ຢ່າງນ້ອຍຍັງມີເງິນຈາກບໍລິສັດປະກັນໄພຊ່ວຍຊົດເຊີຍຄວາມເສຍຫາຍໄດ້.

ປະກັນອັກຄີໄພໝາຍເຖິງຫຍັງ?
ປະກັນອັກຄີໄພ ຄື ປະກັນໄພທີ່ຄຸ້ມຄອງຄວາມເສຍຫາຍທີ່ເກີດຂຶ້ນແກ່ຊັບສິນອັນເນື່ອງຈາກໄພທີ່ລະບຸໄວ້ເທົ່ານັ້ນ
ການຄຸ້ມຄອງ
ການຄຸ້ມຄອງ :
- ອັກຄີໄພ 100% ຂອງມູນຄ່າປະກັນໄພ ແລະ ເຄື່ອງຈັກໃນອາຄານ
- ຟ້າຜ່າ, ໄຟລະເບີດຈາກອາຍແກັດ, ໄຟຈາກຍານພາຫະນະ, ໄຟຈາກຍານອາວະກາດ
- ລົມພາຍຸເຮີລີເຄນ, ໄຊໂຄຣນ, ໃຕ້ຝຸ່ນ ແລະອື່ນໆ