ວິທີຈອດລົດທາງຊັນທີ່ຖືກຕ້ອງສຳລັບເກຍອໍໂຕ້🚗
ຫຼາຍຄົນມັກຈະເຂົ້າເກຍ P ເປັນອັນດັບທຳອິດ ຈາກນັ້ນຄ່ອຍຍຽບ ຫຼື ວ່າດືງເບກມືທາງຂ້າງຂື້ນ ແຕ່ກໍ່ເກີດສຽງດັງຈາກເກຍເມື່ອປົດເກຍ P ລົງມາເພື່ອຈະເຂົ້າເກຍ D ຫຼື R ເຊິ່ງສຽງທີ່ວ່ານີ້ ເກີດຈາກການຈອດລົດທາງຊັນບໍ່ເໝາະສົມ ໃຊ້ໄປດົນທຈະສົ່ງຜົນຕໍ່ຊຸດເກຍ ແລະ ຍາງແທ່ນເກຍໄດ້ ມື້ນີ້ ວຽງຈັນປະກັນໄພ ມີວິທີການຈອດລົດທາງຊັນທີ່ຖືກຕ້ອງມາຝາກ.

ວິທີຈອດທີ່ຖືກຕ້ອງ✅
1.ຫຼັງຈາກຈອດລົດເຂົ້າທີ່ຮຽບຮ້ອຍແລ້ວ ດືງເບກມືຂື້ນຈົນສຸດ.
2.ປ່ອຍເບກທີ່ຫຍຽບຊ້ຳໆ ລົດອາກຈະມີອາການໄຫຼເລັກນ້ອຍ ແຕ່ຫາກຍັງໄຫຼຕໍ່ເນື່ອງສະແດງວ່າຍັງດືງເບກມືບໍ່ສຸດ.
3.ຫຼັງຈາກລົດຢຸດແລ້ວ ຫຍຽບເບກແລ້ວປ່ຽນເປັນເກຍ P ຖືວ່າສຳເລັດຮຽບຮ້ອຍ.

ເມື່ອຕ້ອງຂັບໄປອີກຄັ້ງ ໃຫ້ຫຍຽບເບກຈົນສຸດກ່ອນ ຈາກນັ້ນຈະປົດເບກມື ຫຼື ເກຍກ່ອນກໍ່ໄດ້ ພຽງເທົ່ານີ້ກໍ່ຈະຊ່ວຍປ້ອງກັນຄວາມເສຍຫາຍ ກັບຊຸດເກຍ ອີກທັງຍັງບໍເກີດສຽງດັງລຳຄານອີກ.
ທີ່ສຳຄັນເຮັດປະກັນໄພໄວ້ດີທີ່ສຸດ
📣ສາຍດ່ວນແຈ້ງປະຕິເຫດ.
👉 24 ຊົ່ວໂມງ 020 5210 1688
👉ແຈ້ງເຫດໃນໂມງເຂົ້າການ 1688 (8:30 – 5:00)
#ວຽງຈັນປະກັນໄພ #ປະກັນໄພ #ປະກັນໄພທ່ອງທ່ຽວ #ປະກັນໄພເດີນທາງ #ວຽງຈັນ #ປະກັນໄພລົດ #vti #VTI #ປະກັນໄພສຸຂະພາບ #ປະກັນຊີວິດ #ປະກັນ

News

Comments are disabled.

loLao