ໃນວັນທີ່ 27/09/2022 ບໍລິສັດ ວຽງຈັນປະກັນໄພ ຈຳກັດ ແລະ ໂຮງຫມໍ 103 ໄດ້ຕົກລົງຄວາມຮ່ວມມືໃນການໃຫ້ບໍລິການທາງການແພດ ນອກຈາກນີ້ທາງບໍລິສັດ ວຽງຈັນປະກັນໄພ ຍັງໄດ້ມອບຄອມພິວເຕີ ພ້ອມເຄື່ອງພິມ 1 ຊຸດ ເພື່ອຮັບໃຊ້ວຽກງານບໍລິການຂອງໂຮງຫມໍ ໂດຍມີຄະນະອຳນວຍການ,ຄະນະພະແນກ ແລະ ວິຊາການ ທັງສອງຝ່າຍເຂົ້າຮ່ວມ ທັງນີ້ຜູ້ຖືບັດປະກັນສຸຂະພາບ ແລະ ອຸປະຕິເຫດຂອງບໍລິສັດວຽງຈັນປະກັນໄພ ສາມາດເຂົ້າໄປຮັບການປີ່ນປົວທີ່ໂຮງໝໍ 103 ໂດຍບໍ່ຈຳເປັນຕ້ອງໃຊ້ເງິນສົດໄດ້ແລ້ວVti@dminເດືອນຕຸລາ 4, 2022