ໃນຕອນບ່າຍ ວັນທີ 16 ມິຖຸນາ 2021 ທີ່ສຳນັກງານໃຫຍ່ ທະນາຄານຮ່ວມພັດທະນາ (JDB) ໄດ້ມີພິທີ ເປີດການຂາຍພະລິດຕະພັນໃໝ່ ຄື : ປະກັນໄພ ໂຄວິດ-19 2IN 1 ເປັນກຽດເຂົ້າຮ່ວມ ໃນພິທີ ຄັ້ງນີ້ມີ ທ່ານ ຄໍາຊູ ຢ່າງ ຮອງຜູ້ອໍານວຍການໃຫຍ່ ທະນາຄານຮ່ວມພັດທະນາ ພ້ອມດ້ວຍຄະນະ, ຝ່າຍບໍລິສັດ ວຽງຈັນປະກັນໄພ ແມ່ນ ນໍາໂດຍ ທ່ານ ສຸລິຍາ ພົວສີສຸວັນ ຫົວໜ້າພະແນກການຕະຫຼາດ ບໍລິສັດ ວຽງຈັນປະກັນໄພ ພ້ອມດ້ວຍທີມງານກໍ່ໄດ້ເຂົ້າຮ່ວມ. ບໍລິສັດ ວຽງຈັນປະກັນໄພ ແມ່ນໃນກຸ່ມບໍລິສັດ ສີເມືອງກຼຸບ ເຊີ່ງເປັນບໍລິສັດໃນເຄືອດຽວກັນ ກັບທະນາຄານຮ່ວມພັດທະນາ JDB. ເຊີ່ງຈະນໍາເອົາພະລິດຕະ ພັນ ໃໝ່ນີ້ ລົງໃຫ້ແຕ່ລະໜ່ວຍບໍລິການແລະ ບຸດບໍລິການ ໃນຂອບເຂດທົ່ວປະເທດ.

ເພື່ອເປັນການເພີ້ມທາງເລຶອກໃຫ້ລູກຄ້າ ສາມາດເລຶອກຊື້ ປະກັນໄພ ໂຄວິດ-19 2IN1 ເຊີ່ງຄຸ້ມ ຄອງທັງພະຍາດໂຄວິດ-19 ແລະ ຄຸ້ມຄອງ ອຸປະຕິເຫດ ໃນສັນຍາດຽວກັນ, ຈາກສະຖານະການ ເກີດການແຜ່ ລະບາດຂອງພະຍາດໂຄວິດ-19 ໃນປະເທດລາວ ແລະ ໂດຍສະເພາະໃນປະເທດອ້ອມຂ້າງກໍມີຜູ້ຕິດເຊື່ອນັບມື້ ຫລາຍຂຶ້ນ ສຳລັບໃນປະເທດລາວ ການຕິດເຊື້ອກໍ່ມີທ່າອຽງຫຼຸດລົງແຕ່ເຖີງແນວໃດກໍຍັງຈະປະມາດບໍ່ໄດ້ຫາກ ຕິດເຊື້ອພະຍາດໂຄວິດແລ້ວ ຕ້ອງໄດ້ໃຊ້ເວລາໃນການປິ່ນປົວຮັກສາ ເຮັດໃຫ້ບໍ່ສາມາດເຮັດໜ້າທີ່ການງານໄດ້ ແຕ່ທຸກຄອບຄົວກໍຍັງຕ້ອງມີພາລະຄ່າໃຊ້ຈ່າຍ ເຊັ່ນ: ຄ່າກິນ,ຄ່າຢູ່ ແລະ ອື່ນໆ. ດ້ວຍສາຍເຫດນີ້ ຜະລິດຕະພັນ ປະກັນໄພໂຄວິດ-19 2in1 ຈຶ່ງຈະຊ່ວຍຫລຸດຜ່ອນຄວາມເດືອດຮ້ອນ ໃນຊ່ວງທີ່ທ່ານຂາດລາຍຮັບ ຫາກກວດພົບເຊື້ອ ຈະໄດ້ຮັບເງິນຊົດເຊຍຕາມເງື່ອນໄຂຂອງສັນຍາ, ປະກັນໄພໂຄວິດ-19 2 in1 ມີການຄຸ້ມຄອງ 3 ແບບດັ່ງນີ້ :

  • ແບບທີ່ 1 ຄ່າທຳນຽມ 80,000 ກີບ/ປີ ກວດພົບເຊື້ອ ຮັບເງິນຊົດເຊຍ 1.500,000 ກີບ ເສຍຊີວິດຈາກພະຍາດໂຄວິດ 15.000,000 ກີບ, ກໍລະນີເສຍຊີວິດຈາກອຸປະຕິເຫດ,ຫຼື ຖຶກຄາດຕະກຳ 5.000,000 ກີບ.
  • ແບບທີ່ 2 ຄ່າທຳນຽມ 120,000 ກີບ/ປີ ກວດພົບເຊື້ອ ຮັບເງິນຊົດເຊຍ 2.000,000 ກີບ ເສຍຊີວິດຈາກພະຍາດໂຄວິດ 20.000,000 ກີບ ກໍລະນີເສຍຊີວິດຈາກອຸປະຕິເຫດ ຫຼື ຖຶກຄາດຕະກໍາ 8.000,000 ກີບ
  • ແບບທີ່ 3 ຄ່າທຳນຽມ 150,000 ກີບ/ປີ ກວດພົບເຊື້ອ ຮັບເງິນຊົດເຊຍ 2.500,000 ກີບ ເສຍຊີວິດຈາກພະຍາດໂຄວິດ 25.000,000 ກີບ ກໍລະນີເສຍຊີວິດຈາກອຸປະຕິເຫດ ຫຼື ຖຶກຄາດຕະກໍາ 10.000,000 ກີບ ທ່ານສາມາດຊື້ປະກັນໄພໄດ້ແລ້ວວັນນີ້ ທີ່ທະນາຄານຮ່ວມພັດທະນາ ແລະ ຕົວແທນຂາຍ ບໍລິສັດ ວຽງຈັນປະກັນໄພ ທົ່ວປະເທດ ຫຼື ສອບຖາມລາຍລະອຽດໄດ້ທີ່ 021-226101

ບົດຂ່າວ : ຄໍາຕົ້ນ ວໍລະຈັກ

News

news

Comments are disabled.

loLao