ປະກັນໄພອຸ່ນໃຈ (ປະກັນໄພຜູ້ກູ້ຢືມ)

 

ເປັນປະກັນໄພສ່ວນບຸກຄົນທີ່ໃຫ້ຄຸ້ມຄອງຊີວິດລູກໜີ້ເງິນກູ້ ຈາກອຸປະຕິເຫດ, ສຸຂະພາບ, ການຖືກຄາດຕະກຳທຳຮ້າຍຮ່າງກາຍ ຫຼື ພິການຖາວອນ ເຮັດໃຫ້ຜູ້ກູ້ເງິນບໍ່ສາມາດຊຳລະໜີ້ໄດ້ ລວມທັງການຊົດເຊີຍການຖືກເລີກຈ້າງ ໂດຍ VTI ຈະຊຳລະໜີ້ແທນລູກໜີ້ຕາມເງື່ອນໄຂໃນສັນຍາ

 

ແຜນຄຸ້ມຄອງປະກັນໄພອຸ່ນໃຈ

ແຜນຄຸ້ມຄອງຜົນປະໂຫຍດ
– ວົງເງິນກູ້ລັດຖະກອນ ຫຼື ເງິນກູ້ພະນັກງານ ຫຼື ເງິນກູ້ບຸກຄົນອື່ນໆວົງເງິນຄຸ້ມຄອງສູງສຸດບໍ່ເກີນ 100,000,000 ກີບ
– ເສຍຊີວິດຈາກອຸປະຕິເຫດ, ຖືກຄາດຕະກຳ ຫຼື ຖືກທຳຮ້າຍຮ່າງກາຍຈ່າຍ 100% ຂອງໜີ້ທີ່ເຫຼືອ
– ເສຍຊີວິດຈາກສຸຂະພາບ (ຍົກເວັ້ນ: ເຈັບມາກ່ອນຊື້ປະກັນໄພ)ຈ່າຍ 100% ຂອງໜີ້ທີ່ເຫຼືອ
– ພິການຖາວອນ ເຮັດໃຫ້ບໍ່ສາມາດເຮັດວຽກຕາມປົກກະຕິໄດ້ຈ່າຍ 100% ຂອງໜີ້ທີ່ເຫຼືອ
– ຊົດເຊີຍການຖືກເລີກຈ້າງ (ຍົກເວັ້ນການປະຕິບັດວິໄນ)ຈ່າຍຊຳລະໜີ້ແທນສູງສຸດ 6 ເດືອນ ແຕ່ບໍ່ເກີນ 30% ຂອງໜີ້ທີ່ເຫຼືອ
– ຄ່າປິ່ນປົວຈາກອຸປະຕິເຫດ (ບໍ່ຈຳກັດຈຳນວນຄັ້ງຕໍ່ປີ)ສູງສຸດ 500,000 ກີບ/ຄັ້ງ
– ເງິນຊ່ວຍເຫຼືອການເສຍຊີວິດ (ເສຍຊີວິດຈາກອຸປະຕິເຫດຄຸ້ມຄອງທັນທີ ກໍລະນີ:ເສຍຊີວິດຈາກສຸຂະພາບ ພາຍຫຼັງສັນຍານີ້ມີຜົນບັງຄັບໃຊ້ເກີນ 90 ວັນຂຶ້ນໄປ)500,000 ກີບ
loLao